ລັດຖະບານ ອອກດຳລັດ ກຳນົດເອົາວັນທີ 06 ມັງກອນ 1956 ເປັນ “ວັນສ້າງຕັ້ງກະຊວງການສຶກສາທິການ ແລະ ກິລາ” ຢ່າງເປັນທາງການ. ເມື່ອວັນທີ 14 ພຶດສະພາ 2026 ທີ່ຜ່ານມາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລົງນາມອອກດຳລັດ ສະບັບເລກທີ 119/ນຍ ວ່າດ້ວຍການກຳນົດວັນສ້າງຕັ້ງກະຊວງການສຶກສາທິການ ແລະ ກິລາ.