==========================

ໃນລະຫວ່າງວັນທີ 24 ຫາ 25 ເມສາ 2025 ທີ່ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ມີກອງປະຊຸມເປີດເຜີຍບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ 06 ເດືອນທ້າຍປີ 2024 ແລະ ແຜນພັດທະນາ 06 ເດືອນຕົ້ນປີ 2025, ເຊິ່ງໄດ້ໃຫ້ຂໍ້ມູນລະອຽດກ່ຽວກັບຄວາມຄືບໜ້າ, ສິ່ງທ້າທາຍ ແລະ ທິດທາງໃນອະນາຄົດຂອງການສຶກສາໃນທົ່ວແຂວງ.

ໃນກອງປະຊຸມໄດ້ຮັບກຽດຈາກທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ຜູ້ຊີ້ນຳວຽກງານສຶກສາ ເປັນປະທານ (ມື້ທີ 2), ທ່ານ ປ.ອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ເປັນປະທານ (ມື້ທີ 1), ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກ, ທ່ານ ອະນຸສອນ ສຸດທິວົງ ຮອງຫົວໜ້າພະແນກ, ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກ, ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກ, ທ່ານຫົວໜ້າຫ້ອງການສຶກສາເມືອງ/ນະຄອນ, ຫົວໜ້າສູນ/ຮອງສູນ, ຫົວໜ້າຂະແໜງ/ຮອງຂະແໜງ, ຜູ້ອໍານວຍການໂຮງຮຽນ, ວິຊາການ-ຄູອາຈານ ເຂົ້າຮ່ວມ.

ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກ ໄດ້ຜ່ານບົດສະຫຼຸບ 6 ເດືອນຕົ້ນສົກຮຽນ ແລະ ແຜນ 6 ເດືອນທ້າຍ ສົກຮຽນ 2024-2025 ໂດຍຫຍໍ້ດັ່ງນີ້:

I. ສະພາບລວມການສຶກສາໃນແຂວງສະຫວັນນະເຂດ

ໃນປັດຈຸບັນ, ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ມີຄວາມຮັບຜິດຊອບໃນການຊີ້ນໍາ-ນໍາພາ 10 ຂະແໜງ, 3 ສູນ, 7 ໂຮງຮຽນທີ່ຂຶ້ນກັບ ແລະ 14 ຫ້ອງການສຶກສາທິການ ແລະ ກິລາເມືອງ 1 ນະຄອນ. ນອກຈາກນັ້ນ, ຍັງມີການປະສານສົມທົບຢ່າງໃກ້ຊິດກັບ 08 ສະຖາບັນການສຶກສາພາຍໃນແຂວງ.

- ຈໍານວນໂຮງຮຽນທັງໝົດ: 1,924 ແຫ່ງ (ກ່ອນໄວຮຽນ: 470 ແຫ່ງ, ປະຖົມ: 1,225 ແຫ່ງ, ມັດທະຍົມ: 229 ແຫ່ງ)

- ຈໍານວນຫ້ອງຮຽນທັງໝົດ: 6,649 ຫ້ອງ (ກ່ອນໄວຮຽນ: 978 ຫ້ອງ, ປະຖົມ: 3,922 ຫ້ອງ, ມັດທະຍົມ: 1,749 ຫ້ອງ)

- ຈໍານວນນັກຮຽນທັງໝົດ: 172,983 ຄົນ, ຍິງ 86,717 ຄົນ (ກ່ອນໄວຮຽນ: 26,177 ຄົນ, ຍິງ 13,247 ຄົນ, ປະຖົມ: 98,441 ຄົນ, ຍິງ 48,535 ຄົນ, ມັດທະຍົມ: 48,365 ຄົນ, ຍິງ 25,008 ຄົນ)

- ຈໍານວນຄູສອນ ແລະ ພະນັກງານບໍລິຫານ: 8,943 ຄົນ, ຍິງ 5,669 ຄົນ (ລັດຖະກອນ: 776 ຄົນ, ຍິງ 272 ຄົນ, ຄູສອນລັດຖະກອນ: 6,389 ຄົນ, ຍິງ 4,021 ຄົນ, ຄູອາສາສະໝັກ: 1,274 ຄົນ, ຍິງ 921 ຄົນ, ຄູສອນເອກະຊົນ: 504 ຄົນ, ຍິງ 455 ຄົນ)

- ຈໍານວນໂຮງຮຽນທີ່ບໍ່ມີນໍ້າໃຊ້: 231 ແຫ່ງ, ບໍ່ມີໄຟຟ້າໃຊ້: 561 ແຫ່ງ, ບໍ່ມີວິດຖ່າຍ: 229 ແຫ່ງ, ໂຮງຮຽນເປ່ເພ: 186 ແຫ່ງ

- ເມື່ອທຽບໃສ່ປີຜ່ານມາ, ຈໍານວນໂຮງຮຽນຫຼຸດລົງ 28 ແຫ່ງ, ຈໍານວນຫ້ອງຮຽນຫຼຸດລົງ 110 ຫ້ອງ ແລະ ຈໍານວນນັກຮຽນຫຼຸດລົງ 1,871 ຄົນ.
II. ຜົນສໍາເລັດວຽກງານທີ່ພົ້ນເດັ່ນ
- ການແກ້ໄຂບັນຫາການຂາດແຄນຄູ:
- ໂຮມໂຮງຮຽນເພື່ອຫຼຸດຈໍານວນໂຮງຮຽນລົງ 17 ແຫ່ງ
- ຈ້າງຄູເພີ່ມ 118 ຄົນສໍາລັບສອນຊັ້ນປະຖົມ
- ໄດ້ຮັບອັດຕາຈ້າງຈາກລັດຖະບານ 1,178 ຄົນ
- ແບ່ງທຶນການສຶກສາຂອງກະຊວງສຶກສາ ແລະ ກິລາໃຫ້ແຕ່ລະເມືອງຈໍານວນ 161 ທຶນ
- ລະດົມນັກຮຽນທີ່ຈົບ ມ.7 ມາຮຽນຄູໄດ້ 226 ຄົນ
- ການແກ້ໄຂບັນຫາພື້ນຖານໂຄງລ່າງ:
- ສ້າງໂຮງຮຽນປະຖົມ 5 ຫຼັງ
- ສ້າງຫ້ອງຮຽນກຸ່ມພັດທະນາຊຸມຊົນ 15 ຫຼັງ (ສໍາລັບການສຶກສາກ່ອນໄວຮຽນ)
- ປັບປຸງລະບົບນໍ້າ 37 ແຫ່ງໃນ 2 ເມືອງ
- ສ້ອມແປງລະບົບນໍ້າທີ່ເປ່ເພ 9 ແຫ່ງໃນ 2 ເມືອງ
- ການມີສ່ວນຮ່ວມຂອງສັງຄົມຕໍ່ວຽກງານສຶກສາ:
- ຈັດພິທີໄຂສົກຮຽນໃໝ່ 2024-2025 ໂດຍມີການນໍາຂັ້ນແຂວງເຂົ້າຮ່ວມ
- ລະດົມທຶນຊຸກຍູ້ວຽກງານການສຶກສາໄດ້ 1 ຕື້ 400 ລ້ານກີບ
- ເຜີຍແຜ່ນິຕິກໍາລຸ່ມກົດໝາຍວ່າດ້ວຍການມີສ່ວນຮ່ວມຂອງສັງຄົມຕໍ່ການສຶກສາໃຫ້ແກ່ຄະນະພັດທະນາການສຶກສາຂັ້ນບ້ານ, ສະມາຄົມພໍ່ແມ່ ແລະ ຜູ້ປົກຄອງນັກຮຽນ
- ວຽກງານປະເມີນຜົນການຮຽນຂອງນັກຮຽນ ແລະ ປັບປຸງຄຸນນະພາບການສຶກສາ ແລະ ກິລາ:
- ສໍາເລັດການສອບເສັງພາກຮຽນທີ I ສໍາລັບຊັ້ນປະຖົມ (ຜູ້ເຂົ້າສອບ 96,968 ຄົນ, ສອບຜ່ານ 96.41%), ມັດທະຍົມຕອນຕົ້ນ (ຜູ້ເຂົ້າສອບ 35,599 ຄົນ, ສອບຜ່ານ 89.41%), ແລະ ມັດທະຍົມຕອນປາຍ (ຜູ້ເຂົ້າສອບ 11,093 ຄົນ, ສອບຜ່ານ 87.85%)
- ຈັດສອບເສັງນັກຮຽນເກັ່ງທົ່ວແຂວງ ແລະ ນັກຮຽນເກັ່ງມັດທະຍົມສຶກສາລະດັບຊາດ
- ເປີດຫ້ອງຮຽນຕົວແບບ
- ເປີດຫ້ອງຮຽນມັດທະຍົມຕອນຕົ້ນຢູ່ເຂດຈຽງຕູບ
- ສະໜອງກະດານນ້ອຍໃຫ້ນັກຮຽນປະຖົມ
- ແຈກຢາຍປື້ມຄູ່ມືແນະນໍາການປະເມີນມາດຕະຖານດ້ານນໍ້າ ແລະ ສຸຂະອະນາໄມ
- ເຂົ້າຮ່ວມການແຂ່ງຂັນກິລານັກຮຽນທົ່ວປະເທດ
- ຝຶກອົບຮົມຄູ ແລະ ຜູ້ດູແລເດັກ
- ມອບໂອນໂຄງການອາຫານທ່ຽງ CRS
- ສະຫຼຸບການຈັດຕັ້ງປະຕິບັດ ແລະ ແຜນພັດທະນາຊັບພະຍາກອນມະນຸດຂອງແຂວງ
- ພົວພັນກັບສະຖາບັນການສຶກສາຂອງຫວຽດນາມ
- ສະຫຼຸບ ແລະ ປິດໂຄງການທີ່ໝົດອາຍຸ
- ສະຫຼຸບການຈັດຕັ້ງປະຕິບັດການສຶກສານອກໂຮງຮຽນ
- ສະຫຼຸບສະຖິຕິ ນັກຮຽນຈົບ ມ.4 ເຂົ້າຮຽນອາຊີວະສຶກສາ
- ສະຫຼຸບສະຖິຕິ ນັກຮຽນຈົບ ມ.7 ເຂົ້າຮຽນຕໍ່ມະຫາວິທະຍາໄລ
- ຝຶກອົບຮົມຄູ
- ດໍາເນີນງານສູນພາສາຫວຽດນາມ, ສູນການສຶກສານອກໂຮງຮຽນ (ສູນຫຼັກ 9) ແລະ ສູນ IT
- ການປະຕິບັດຄາດໝາຍສູ້ຊົນຂະແໜງການສຶກສາ:
- ບັນລຸໄດ້ຕາມແຜນ 09 ຄາດໝາຍ ແລະ ບໍ່ສາມາດບັນລຸ 07 ຄາດໝາຍ
+ ຄາດໝາຍທີ່ບັນລຸໄດ້ລວມມີ:
1. ອັດຕາເຂົ້າຮຽນຂອງເດັກ 5 ປີ ໃນຊັ້ນການສຶກສາກ່ອນໄວຮຽນ (77.0%)
2. ອັດຕາຈົບຊັ້ນປະຖົມ (90%)
3. ດັດຊະນີຄວາມສະເໝີພາບຍິງ-ຊາຍ ອັດຕາເລື່ອນຊັ້ນ ປ.5 ຫາ ມ.1 (0.99)
4. ນັກສຶກສາເຂົ້າຮຽນສາຍວິທະຍາສາດທໍາມະຊາດ, ເຕັກໂນໂລຊີ, ວິສະວະກໍາ ແລະ ຄະນິດສາດ (26.2%)
5. ນັກຮຽນຈົບຊັ້ນມັດທະຍົມຕອນຕົ້ນໄດ້ເຂົ້າຮຽນຕໍ່ສາຍອະຊີວະສຶກສາ ແລະ ອົບຮົມວິຊາຊີບ (14.2%)
6. ຄູຊັ້ນປະຖົມ ແລະ ມັດທະຍົມສຶກສາໄດ້ຮັບການຝຶກອົບຮົມ (40.03%)
7. ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນໄດ້ຮັບການບໍາລຸງ (5,162 ຄົນ ແລະ 249 ຄົນ)
8. ການເຂົ້າຮ່ວມການຫັດກາຍະບໍລິຫານ, ການອອກກໍາລັງກາຍ ແລະ ການຫຼິ້ນກິລາ (45.26%)
9. ການຄົ້ນຄວ້າວິທະຍາສາດ (2 ຫົວຂໍ້)
+ ຄາດໝາຍທີ່ບໍ່ສາມາດບັນລຸໄດ້ລວມມີ:
1. ອັດຕານັກຮຽນເຂົ້າໃໝ່ ປ.1 ທຽບໃສ່ເດັກ 6 ປີ (98.2%)
2. ອັດຕາເຂົ້າຮຽນໃໝ່ລວມ ປ.5 (84.5%)
3. ອັດຕາປະລະການຮຽນຂອງນັກຮຽນ ປ.1 (7.1%)
4. ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1 (72.9%)
5. ອັດຕາປະລະການຮຽນຂອງນັກຮຽນຊັ້ນປະຖົມສຶກສາ (7.7%)
6. ອັດຕາເຂົ້າຮຽນໃໝ່ລວມ ມ.4 (41.7%)
7. ອັດຕາປະລະຊັ້ນມັດທະຍົມຕອນຕົ້ນ (18.1%)
III. ບັນຫາ ແລະ ສິ່ງທ້າທາຍ
- ການຂາດແຄນຄູ ແລະ ງົບປະມານ
- ບັນຫາໂຄງລ່າງພື້ນຖານ (ໂຮງຮຽນທີ່ບໍ່ມີນໍ້າໃຊ້, ໄຟຟ້າໃຊ້, ວິດຖ່າຍ ແລະ ໂຮງຮຽນເປ່ເພ)
- ການມີສ່ວນຮ່ວມຂອງຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຜູ້ປົກຄອງຍັງຈໍາກັດ
- ໂຮງຮຽນໃນເຂດຊົນນະບົດມີຂະໜາດນ້ອຍ ແລະ ກະແຈກກະຈາຍ
- ບັນຫາສິ່ງເສບຕິດໃນສັງຄົມ
- ການເຂົ້າເຖິງການສຶກສາໃນເຂດຫ່າງໄກສອກຫຼີກ ແລະ ຊົນເຜົ່າຍັງຈໍາກັດ
- ສະພາບແວດລ້ອມໃນ ແລະ ນອກຫ້ອງຮຽນບໍ່ເອື້ອອໍານວຍ
- ອັດຕາເຂົ້າຮຽນໃໝ່ຂອງນັກຮຽນ, ອັດຕາປະລະການຮຽນຂອງນັກຮຽນ, ອັດຕາເລື່ອນຊັ້ນຂອງນັກຮຽນ ແລະ ອັດຕາເຂົ້າຮຽນຕໍ່ຂອງນັກຮຽນຍັງຕໍ່າໃນບາງລະດັບຊັ້ນ
- ຄາດໝາຍສູ້ຊົນຂອງຂະແໜງການສຶກສາບາງຄາດໝາຍບໍ່ສາມາດບັນລຸໄດ້ຕາມແຜນ
IV. ທິດທາງແຜນການ ແລະ ມາດຕະການແກ້ໄຂ
1) ການແກ້ໄຂບັນຫາການຂາດແຄນຄູ:
- ໂຮມໂຮງຮຽນຂະໜາດນ້ອຍທີ່ກະແຈກກະຈາຍ ແລະ ຢູ່ໃກ້ຄຽງກັນໃຫ້ເປັນໂຮງຮຽນຂະໜາດໃຫຍ່ຂຶ້ນ
- ຈັດສັນຄູໃຫ້ເໝາະສົມກັບຄວາມຕ້ອງການຂອງແຕ່ລະໂຮງຮຽນ ແລະ ແຕ່ລະລະດັບຊັ້ນຮຽນ
- ສ້າງແຮງຈູງໃຈໃຫ້ແກ່ຄູ
- ສົ່ງເສີມການຝຶກອົບຮົມ ແລະ ພັດທະນາຄູຢ່າງຕໍ່ເນື່ອງ
- ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນຝຶກອົບຮົມຄູ ແລະ ພັດທະນາຫຼັກສູດການສອນຄູ
2) ການປັບປຸງຄຸນນະພາບການສຶກສາ:
- ຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ ຈັດສັນງົບປະມານໃນການລົງຕິດຕາມ ແລະ ຊຸກຍູ້ການປະຕິບັດໜ້າທີ່ຂອງຄູ
- ເພີ່ມຄວາມເອົາໃຈໃສ່ໃນການສິດສອນໃຫ້ມີປະສິດທິພາບ ແລະ ເອົາໃຈໃສ່ຕໍ່ການບໍາລຸງນັກຮຽນອ່ອນ
- ປັບປຸງຫຼັກສູດການສອນໃຫ້ທັນສະໄໝ
- ນໍາໃຊ້ເຕັກໂນໂລຊີເຂົ້າໃນການສິດສອນ ແລະ ການບໍລິຫານຈັດການການສຶກສາ
- ສົ່ງເສີມການຄົ້ນຄວ້າ ແລະ ນະວັດຕະກໍາໃນການສຶກສາ
- ສ້າງຄວາມເຂັ້ມແຂງໃຫ້ແກ່ການປະເມີນຜົນການຮຽນຂອງນັກຮຽນ
3) ການປັບປຸງໂຄງລ່າງພື້ນຖານ:
- ຈັດສັນງົບປະມານ ແລະ ລະດົມທຶນ ເພື່ອສ້າງ ແລະ ສ້ອມແປງໂຮງຮຽນ, ຫ້ອງຮຽນ, ຫ້ອງນໍ້າ, ນໍ້າໃຊ້, ໄຟຟ້າ ແລະ ສິ່ງອໍານວຍຄວາມສະດວກອື່ນໆ
- ປັບປຸງເສັ້ນທາງເຂົ້າເຖິງໂຮງຮຽນ
- ສ້າງສະພາບແວດລ້ອມໃນ ແລະ ນອກຫ້ອງຮຽນໃຫ້ມີຄວາມປອດໄພ ແລະ ເອື້ອອໍານວຍຕໍ່ການຮຽນຮູ້
4) ການສົ່ງເສີມການມີສ່ວນຮ່ວມຂອງສັງຄົມ:
- ສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະພັດທະນາການສຶກສາຂັ້ນບ້ານ, ສະມາຄົມພໍ່ແມ່ ແລະ ຜູ້ປົກຄອງນັກຮຽນ, ແລະ ພາກສ່ວນອື່ນໆໃນຊຸມຊົນ
- ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຄວາມສໍາຄັນຂອງການສຶກສາ
- ສ້າງກົນໄກການຮ່ວມມືລະຫວ່າງໂຮງຮຽນ, ຄອບຄົວ ແລະ ຊຸມຊົນ
5) ການແກ້ໄຂບັນຫາການເຂົ້າເຖິງການສຶກສາໃນເຂດຫ່າງໄກສອກຫຼີກ ແລະ ຊົນເຜົ່າ:
- ສ້າງໂຮງຮຽນເພີ່ມເຕີມ ແລະ ຂະຫຍາຍການສຶກສາໄປສູ່ເຂດຫ່າງໄກສອກຫຼີກ ແລະ ຊົນເຜົ່າ
- ສະໜອງທຶນການສຶກສາ ແລະ ສິ່ງຊ່ວຍເຫຼືອອື່ນໆ ໃຫ້ແກ່ນັກຮຽນທີ່ດ້ອຍໂອກາດ
- ພັດທະນາຫຼັກສູດການສອນທີ່ສອດຄ່ອງກັບຄວາມຕ້ອງການ ແລະ ວັດທະນະທໍາຂອງຊົນເຜົ່າ
- ສົ່ງເສີມການສອນພາສາແມ່ ແລະ ພາສາລາວ
- ປັບປຸງການເດີນທາງ ແລະ ທີ່ພັກອາໄສຂອງນັກຮຽນ ແລະ ຄູໃນເຂດຫ່າງໄກສອກຫຼີກ
6) ການປ້ອງກັນ ແລະ ແກ້ໄຂບັນຫາສິ່ງເສບຕິດ:
- ສ້າງຄວາມເຂັ້ມແຂງໃຫ້ແກ່ການສຶກສາດ້ານສຸຂະພາບ ແລະ ສົ່ງເສີມພຶດຕິກໍາສຸຂະພາບທີ່ດີໃນໂຮງຮຽນ
- ໃຫ້ຄວາມຮູ້ແກ່ນັກຮຽນກ່ຽວກັບອັນຕະລາຍຂອງສິ່ງເສບຕິດ ແລະ ວິທີການປ້ອງກັນຕົນເອງ
- ສ້າງຄວາມຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປ້ອງກັນ ແລະ ແກ້ໄຂບັນຫາສິ່ງເສບຕິດໃນຊຸມຊົນ
ຂ່າວ/ພາບ: ພານຸມາດ ວົງພະຈັນ
ກວດແກ້: ທ່ານ ບຸນມີ ລັດຕະນະວົງ
✍️ ແຫຼ່ງຂ່າວ: ພະແນກສຶກສາທິການ ແລະ ກິລາ
📸 ປະມວນຮູບພາບເພີ່ມເຕີມ (8 ຮູບ)
👉 ເລື່ອນເບິ່ງຊ້າຍ-ຂວາພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເປີດກອງປະຊຸມສະຫຼຸບແຜນການພັດທະນາການສຶກສາ ແລະ ກິລາ 6 ເດືອນທ້າຍປີ 2024 ແລະ ແຜນພັດທະນາ 6 ເດືອນຕົ້ນປີ 2025
ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເປີດກອງປະຊຸມສະຫຼຸບແຜນການພັດທະນາການສຶກສາ ແລະ ກິລາ 6 ເດືອນທ້າຍປີ 2024 ແລະ ແຜນພັດທະນາ 6 ເດືອນຕົ້ນປີ 2025